ລົດ​ສົ່ງ​ສິນ​ຄ້າ​ດ່ວນໄຮ້​ຄົນ​ຂັບ

2018-04-20 15:31:19 |ມາຈາກ: CRI

ວັນ​ທີ 18 ເມ​ສານີ້, ຢູ່​ຕາມ​ຖະ​ໜົນ​ເວີນ​ຢີ່​ຕາ​ເວັນ​ຕົກ​ນະ​ຄອນ​ຮາງ​ໂຈ່ວ​ແຂວງ​ເຈີ້​ຈ່ຽງ ສ​ປ ຈີນ, ລົດ​ຕູ້​ສີ່ຫຼ່ຽມ​ນ້ອຍໆ​ທີ່​ມີ​ຄວາມ​ສູງ​​ພຽງ​ເຄິ່ງ​​ຄີງຂອງ​​ຄົນ​ຄັນ​ໜຶ່ງ​ໄດ້​ແລ່ນ​ຕາມ​ຖະ​ໜົນ​ໂດຍ​ບໍ່​​ຕ້ອງມີ​ຄົນ​ຂັບ​ເພື່ອ​ສົ່ງ​ສິນ​ຄ້າ​ດ່ວນ. ຂ່າວ​ແຈ້ງວ່າ, ລົດ​ນີ້​ຄົ້ນ​ຄວ້າ​ໂດຍ​ຫ້ອງ​ທົດ​ລອງ​ຈໍ​ລະ​ຈອນ​ສິນ​ຄ້າ ET ​ຂອງບໍ​ລິ​ສັດ​ໄຊ້​ໜຽວ ແລະ​ກຳ​ລັງ​ຢູ່​ໃນ​ໄລ​ຍະ​ທົດ​ລອງ​​ໃຊ້​ງານ​ຈິງ​ເທິງ​ຖະ​ໜົນ. ໃນ​ມື້​ດັ່ງ​ກ່າວ, ຕາມ​ໄລ​ຍະ​ທາງ​ທົດ​ລອງ​ 10 ກິ​ໂລ​ແມັດ, ລົດ​ບໍ່​ມີ​ຄົນ​ຂັບ ສາ​ມາດ​ສຳ​ເລັດ​ການ​ຮັບ​ແລະ​ສົ່ງ​ເອ​ກະ​ສານ​ພາຍ​ໃນ. ລົດ​ແບບນີ້ ຈະ​ໃຊ້​ໃນ​ການ​ສົ່ງພັດ​ສະ​ດຸ, ສິນ​ຄ້າ​ສູ່​ປາຍ​ທາງ, ຄວາມ​ໄວ​ສູງ​ສຸດ​ຂອງ​ລົດ​ແມ່ນ 15 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ໄລ​ຍະ​ທາງ​ເບກ​ສາ​ມາດ​ຄວບ​ຄຸມ​ຢູ່​ໃນ​ລະ​ຫວ່າງ 0,5-0,3 ແມັດ. ປັດ​ຈຸ​ບັນ, ລົດ​ຊະ​ນິດນີ້ ​ພວມ​ວາງ​ແຜນຜະ​ລິດ​​ຢ່າງຫຼວງຫຼາຍ​ໃນ​ໄວໆ​ນີ້ ແລະ​ຈະ​ຖືກ​ນຳ​ໃຊ້​ຢ່າງ​ຮອບ​ດ້ານ​ພາຍ​ໃນ​ປີນີ້.