ເທດສະການງານດອກບົວຄັ້ງທີ່ 6 ຂອງສວນສາທາລະນະໜອງສຸ້ຍຫູຈະເປີດສາກໃນວັນທີ 9

2018-07-06 15:42:10 |ມາຈາກ: Yunnan Gateway

ເທດສະການງານດອກບົວຄັ້ງທີ່ 6 ຂອງສວນສາທາລະນະໜອງສຸ້ຍຫູ ນະຄອນຄຸນໝິງຈະເປີດສາກຢ່າງເປັນທາງການໃນວັນທີ 9ເດືອນກໍລະກົດ,ໂດຍໄດ້ຮັບຮູ້ວ່າ,ໃນລະຫວ່າງງານດອກບົວຄັ້ງນີ້ຍັງຈະມີງານວາງສະແດງຮູບແຕ້ມນໍ້າມັນທີ່ມີຫົວຂໍ້ການຮັກສາສິ່ງແວດລ້ອມທີ່ເຂດຈຽວຫຼົງສື,ເຊິ່ງຈະວາງສະແດງຜົນງານຮູບແຕ້ມນໍ້າມັນຈຳນວນ 41 ແຜ່ນທີ່ສະແດງເຖິງການຮັກສາສິ່ງແວດລ້ອມຂອງຢຸນນານຢ່າງເປັນລະບົບ,ເຊິ່ງຈະຄົ້ນຄວ້າວິທີແລະແນວຄິດອັນໃໝ່ສຳລັບການແກ້ໄຂບັນຫາການຮັກສາສິ່ງແວດລ້ອມນຳບັນດານັກທ່ອງທ່ຽວແລະຊາວເມືອງ.