ສຳ​ຜັດ​ກັບ​ຮາງ​ສະ​ໄລ​ນ້ຳ​ທີ່​ຍາວ​ທີ່​ສຸດ​ຢູ່​ພາກ​ກາງ​ຈີນ

2018-07-10 16:23:42 |ມາຈາກ: CRI

​ຮາງ​ສະ​ໄລ​ນ້ຳ​ທີ່​ເຮັດ​ດ້ວຍ​ແກ້ວ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ແຂວງ​ເຫີ​ໜານ​ໃກ້​ຈະ​ສ້າງ​ສຳ​ເລັດ​ແລ້ວ. ​ຮາງ​ສະ​ໄລ​ນ້ຳ​ສາຍ​ນີ້​ສ້າງ​ຢູ່​ເທິງ​ຮ່ອມ​ພູ, ຍາວ 2,3 ກິ​ໂລ​ແມັດ, ຈາກ​ບ່ອນ​ສູງ​ສຸດ​ຮອດ​ບ່ອນ​ຕ່ຳ​ສຸດ​ມີ​ຄວາມ​​ສູງ 100 ແມັດ ເຊິ່ງ​​ຖືກ​ຂະ​ໜານ​ນາມ​ວ່າ​ເປັນ​ຮາງ​ສະ​ໄລນ້ຳ​ທີ່​ຍາວ​ທີ່​ສຸດ ແລະ ເບິ່ງ​ແລ້ວ​ທ້າ​ທາຍ​ທີ່​ສຸດ​ຢູ່​ທາງ​ພາກ​ກາງ​ຈີນ ໂດຍ​ສ້າງ​ອ້ອມ​ພູ ແລະ ມີ​ຮູບ​ເໝືອນ​ດັ່ງ​ໂຕ​ມັງ​ກອນ.