ສະຖານທີ່ທີ່ມີຄວາມສຸກແລະຄວາມສະຫງົບກົມກຽວ——ຊັງກຼີລາ

2018-07-13 15:32:01 |ມາຈາກ: Yunnan Gateway

ໃນເດືອນ ມັງກອນ ປີ 2014,ຍ້ອນເຫດການອັກຄີໄພຄັ້ງຫນຶ່ງ,ຈຶ່ງເຮັດໃຫ້ຂອບເຂດສ່ວນໃຫຍ່ຂອງເມືອງບູຮານຕູເຄີ້ຈົ່ງ ທີ່ເປັນເຂດທ່ອງທ່ຽວອັນລືຊາທີ່ສຸດຂອງເມືອງຊັງກຼີລາຖືກເຜົາໄຫມ້ຢ່າງຮ້າຍແຮງ,ຂະແໜງການທ່ອງທ່ຽວຂອງມັນກໍເສື່ອມໂຊມລົງເຊັ່ນດຽວກັນ.

ໃນ 4 ປີທີ່ຜ່ານມາ,ຄຽງຄູ່ກັບການຊຸກຍູ້ຂອງວຽກງານການກໍ່ສ້າງເມືອງບູຮານໃໝ່,ເມຶອງບູຮານຕູເຄິ້ຈົ່ງທີ່ຜ່ານການໄຟໄໝ້ມານັ້ນຈຶ່ງຍັງສາມາດຄົງຕົວສືບມາ,ໄດ້ຄ່ອຍໆຟື້ນຕົວກັບມາມີຊີວິດຊີວາຂຶ້ນແລ້ວ.