ຫວ່າງມໍ່ໆມານີ້,ງານວາງສະແດງຮູບແຕ້ມວ່າດ້ວຍການຮັກສາສິ່ງແວດລ້ອມທີ່ປິ່ນອ້ອມຫົວຂໍ້“ສ້າງສາປະເທດຈີນໃຫ້ສວຍງາມ,ຂ້າພະເຈົ້າເປັນຜູ້ປະຕິບັດ”ໄດ້ຈັດຂຶ້ນທີ່ສວນສາທາລະນະໜອງສຸ້ຍຫູ,ຈຸດປະສົງຂອງງານວາງສະແດງໃນຄັ້ງນີ້ແມ່ນເພື່ອຮຽກຮ້ອງໃຫ້ທຸກຄົນເຂົ້າຮ່ວມການຮັກສາສິ່ງແວດລ້ອມ,ຜົນງານທີ່ໄດ້ວາງອອກປະກອບມີ“ສວນໝາກນັດທີ່ແຄມແມ່ນໍ້າລ້ານຊ້າງ”“ກາເຟໃນປ່າໄມ້”“ທ່ານ ຢາງຊ້ານໂຈ່ວ”ແລະອື່ນໆ.ຜົນງານເຫຼົ່ານີ້ໄດ້ສ່ອງແສງເຖິງການສ້າງສາປະກອບສ່ວນຂອງແຂວງຢຸນນານເຂົ້າໃນວຽກງານການຮັກສາສິ່ງແວດລ້ອມແລະບັນຫາທີ່ວຽກງານການຮັກສາສິ່ງແວດລ້ອມກຳລັງປະເຊີນໜ້າໃນປັດຈຸບັນເປັນຕົ້ນ.