ຂົວແກ້ວ 5D ລະດັບສູງແຫ່ງທໍາອິດຂອງນະຄອນຄຸນໝິງເປີດບໍລິການແລ້ວ

2018-07-20 17:50:15 |ມາຈາກ: 人民网

ໃນຕອນເຊົ້າຂອງວັນທີ 19 ເດືອນກໍລະກົດ,ຂົວແກ້ວ 5D ລະດັບສູງແຫ່ງທໍາອິດຂອງນະຄອນຄຸນໝິງໄດ້ເປີດບໍລິການທີ່ເຂດທ່ອງທ່ຽວຖໍ້າສີເຢົາຢ່າງເປັນທາງການ.ຂົວແກ້ວທີ່ຕັ້ງລະຫວ່າງຮ່ອມພູຫຼັງນີ້ມີຄວາມຍາວທັງໝົດ 250 ແມັດ,ທາງກວ້າງ 2 ແມັດ,ມີຄວາມສູງຈາກຮ່ອມພູທີ່ຕໍ່າທີ່ສຸດເຖິງ 200 ກວ່າແມັດ,ແລະສາມາດຮອງຮັບຄົນຈຳນວນ 250 ກວ່າຄົນໃນເທື່ອດຽວ,ເຊິ່ງເປັນຂົວແກ້ວທີ່ຍາວທີ່ສຸດໃນທົ່ວແຂວງຢຸນນານ.