​ຂໍ​ຄວາມ​ເຫນ​ເພື່ອ​ຕັ້ງ​ຊື່​ໃຫ້​ລູກໝີ​ແພນ​ດາ​ 4 ​ໂຕ​ຢູ່​ນະຄອນ​ຕູ່​ຈ່ຽງຢ້ຽນ

2018-07-30 16:08:40 |ມາຈາກ: CRI

ວັນ​ທີ 24 ກໍລະກົດ​ນີ້, ກິດຈະ​ກຳ​ຂໍ​ຄວາມ​ຄິດ​ເຫັນ​ຈາກ​ທົ່ວ​ໂລກ​ເພື່ອ​ຕັ້ງ​ຊື່ໃຫ້​ໝີ​ແພນ​ດາ​ໂດຍ​ການ​ເປັນ​ເຈົ້າພາບຂອງ​ສູນ​ຄົ້ນຄວ້າອະ​ນຸລັກ​ໝີ​ແພນ​ດາ​ຈີນຮ່ວມ​ກັບອົງການ​ປົກຄອງ​ນະຄອນ​ຕູ່​ຈ່ຽງຢ້ຽນ​ໄດ້​ຈັດ​ຂຶ້ນ​ຢູ່​ສວນ​ໝີ​ແພນ​ດາ​ຕູ່​ຈ່ຽງຢ້ຽນ. ກິດຈະກຳ​ນີ້​ແມ່ນ​ເພື່ອ​​ຕັ້ງ​ຊື່​ໃຫ້ລູກ​ໝີ​ແພນ​ດາ 4 ​ໂຕ​ທີ່​ເກີດ​ຢູ່ສູນ​ຄົ້ນຄວ້າ​ອະນຸລັກ​ໝີ​ແພນ​ດາ​ຈີນ​ໃນ​ປີ 2017, ພວກ​ມັນ​ຍັງ​ບໍ່​ມີ​ຊື່, ສະ​ນັ້ນຈຶ່ງ​ຢາກ​ຕັ້ງ​ຊື່​ໃຫ້​ມັນ​ຈາກ​ປະຊາຊົນ​ບັນດາ​ປະ​ເທດ​ທີ່​ຮັກ​ໝີ​ແພນ​ດາ.