ກຳ​ແພງ​ເມືອງ​ຈີນ​ຕອນ​ຈິ່ນ​ຊ່ານຫຼິງ​ປາ​ກົດ​ມີ​ທິວ​ທັດ​ທະ​ເລ​ໝອກ

2018-07-31 16:34:24 |ມາຈາກ: CRI

ຕອນ​ເຊົ້າ​ວັນ​ທີ 30 ກໍ​ລະ​ກົດ​ນີ້, ກຳ​ແພງ​ເມືອງ​ຈີນ​ຕອນ​ຈິ່ນ​ຊ່ານຫຼິງ​​ເມືອງ​ຫຼວນ​ຜິງ​ນະ​ຄອນ​ເສິງ​ເຕີ​ແຂວງ​ເຫີ​ເປີຍ​ປາ​ກົດ​ມີ​ທິວ​ທັດ​ທະ​ເລ​ໝອກ. ຍ້ອນ​ວ່າຫຼາຍ​ມື້​ມາ​ນີ້​ຝົນ​ຕົກ​ລຽນ​ຕິດ, ອາ​​ກາດ​ຊຸ່ມຫຼາຍ ເຊິ່ງ​ພາ​ໃຫ້​ເກີດ​ມີ​ໝອກຫຼາຍ, ກຳ​ແພງ​ເມືອງ​ຈີນ​ຖືກປົກ​ຄຸມ​ໄປ​ດ້ວຍ​ໝອກ, ມີ​ພຽງ​ບາງ​ຍ່ານ​ທີ່​ສາ​ມາດ​ເຫັນ​ກຳ​ແພງ, ເປັນ​ພາບ​ວິວ​ທິວ​ທັດ​ທີ່​ໜ້າ​ອັດ​ສະ​ຈັນ.