ຜົນ​ງານ​ປະ​ຕິ​ມາ​ກຳ​ຢູ່​ທະ​ເລ​ຊາຍ​ແຂວງ​ກ່ານ​ຊູ້

2018-08-27 10:10:02 |ມາຈາກ: cri

​​ປະ​ຕິ​ມາ​ກຳນະ​ວັດ​ຕະ​ກຳ​ສາ​ກົນທະ​ເລ​ຊາຍ​ມິນ​ຊິນ​ຈີນ 2018 ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 22 ສິງ​ຫາ​ນີ້ ໂດຍ​ໄດ້​ວາງ​ສະ​ແດງ​ຜົງ​ງານ​ປະ​ຕິ​ມາ​ກຳ 26 ​ອັນ​ທີ່​ນຳ​ມາ​ຈາກ​ປະ​ເທດ​ຕ່າງໆ​ໃນ​ທົ່ວ​ໂລກ​ເພື່ອ​ວາງ​ສະ​ແດງ​ຢູ່​ກາງ​ທະ​ເລ​ຊາຍ​ຂອງ​ເມືອງ​ມິນ​ຊິນ ແຂວງ​ກ່ານ​ຊູ້ ສ​ປ ຈີນ. ຜົນ​ງານ​ເຫຼົ່າ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ມົນ​ສະ​ເໜ່​ຂອງ​ສິ​ລ​ະ​ປະ​ປະ​ຕິ​ມ​າກຳ, ຄວາມ​ສະ​ຫງ່າ​ງາມ​ແລະ​ກວ້າງ​ໃຫຍ່​ໄພ​ສານ​ຂອງ​ທະ​ເລ​ຊາຍ​ແລະ​ວັດ​ທະ​ນະ​ທຳ​ອັນ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ແກ້​ໄຂ​ບັນ​ຫາ​ທະ​ເລ​ຊາຍ​ຂອງ​ເມືອງ​ມິນ​ຊິນ.