ເມືອງກວາງນານແຂວງຢຸນນານກະກຽມຈັດຕັ້ງບຸນວັດທະນະທຳການທ່ອງທ່ຽວເຂົ້າ

2018-08-29 15:49:55 |ມາຈາກ: Yunnan Gateway

ບຸນທ່ອງທ່ຽວວັດທະນະທຳເຂົ້າສາກົນປະຈຳປີ 2018 ເມືອງກວາງນານ•ປະເທດຈີນຈະຈັດຂຶ້ນທີ່ເມຶອງກວາງນານໃນລະຫວ່າງວັນທີ 19 ກັນຍາ ຫາ ວັນທີ 6 ຕຸລາ.ຈາກການແນະນຳ,ບຸນວັດທະນະທຳການທ່ອງທ່ຽວເຂົ້າຄັ້ງນີ້ລວມມີກິດຈະກຳ 17 ຢ່າງ.ໃນປັດຈຸບັນ,ການປູກເຂົ້າປ່າເປົາທີ່ຕາແສງປ່າເປົາເຊິ່ງຖືເປັນເຂດສູນກາງໃນທົ່ວເມືອງກວາງນານໄດ້ທະລຸຮອດ 150.000 ມຸ້ແລ້ວ,ເມືອງກວາງນານດຽວນີ້ກຳລັງຊຸກຍູ້ການພັດທະນາເຊື່ອມໂຍງຂະແໜງການທີ່ 1 ທີ່ 2 ແລະທີ່ 3,ເພື່ອສ້າງເປັນສະຖານທີ່ດຳລົງຊີວິດຢ່າງມີສຸຂະພາບແລະນິເວດດັ້ງເດີມ.