ທິວ​ທັດ​ດິນ​ທາມ​​ສື​ຈິ້ວ​​ສວຍ​ສົດ​ງົດ​ງາມ

2018-09-12 17:58:43 |ມາຈາກ: cri

ດິນ​​ທາມ​ສື​ຈິ້ວ​​ຢູ່​ເຂດ​ຕໍ່​ຊາຍ​ແດນ​ລະ​ຫວ່າງ​ແຂວງ​ອ່ານ​ຮຸຍ​ແລະ​ແຂວງ​ຈ່ຽງ​ຊູ ສ​ປ ຈີນ ເຊິ່ງ​ ອົງ​ການ​ດິນ​​ທາມ​ສາ​ກົນ​ອາ​ຊີ​ປາ​ຊີ​ຟິກ​ໄດ້​ຮັບ​ຮອງ​ໃຫ້​ເປັນ​ດິນ​ທາມສຳ​ຄັນ​ຂອງ​ອາ​ຊີ​ໃນ​ປີ 1990, ແລະຈີນ​ກຳ​ນົດ​ໃຫ້​ເປັນ​ດິນ​ທາມສຳ​ຄັນ​ລະ​ດັບ​ຊາດ​ຢ່າງ​ເປັນ​ທາງ​ການ​ໃນ​ປີ 2014. ເດືອນ​ທັນ​ວາ​ປີ 2017, ເມືອງ​ໂປ​ວ້າງ ນະ​ຄອນ​ມາ​ອ່ານ​ຊ່ານ​ໄດ້​ມ້າງ​ຮົ້ວ​ຕາ​ໜ່າງ​ຍາວ​ທັງ​ໝົດ 398.000 ແມັດ​ທີ່​ອ້ອມ​ເຂດ​ສະ​ຫງວນ​​ດິນ​ທາມ​ສື​ຈິ້ວ ​ເຊິ່ງ​ເປັນ​ເຂດ​ສະ​ຫງວນ​ທຳ​ມະ​ຊາດ​ລະ​ດັບ​ແຂວງ​ທີ່​ມີ​ເນື້ອ​ທີ່ 3328 ເຮັກ​ຕາ ຫຼັງຈາກ​​ດິນ​ທາມແຫ່ງ​ນີ້​ໄດ້​ຟື້ນ​ຟູ​​ ​ທິວ​ທັດທຳ​ມະ​ຊາດ​ໃຫ້ສວຍ​ສົດ​ງົດ​ງາມ​ມີນ້ຳ​ໃສ​ສະ​ອາດ​ແລະ​ມີ​ນົກ​ຊະ​ນິດ​ຕ່າງໆ​ມາ​ເພິ່ງ​ພາ​ອາ​ໄສ.