ງານສິລະປະຄາງປ່າຄັ້ງທີ10 ໄດ້ເປີດສາກທີ່ກິ່ງແຂວງຕີຊິ້ງ

2018-09-14 16:25:49 |ມາຈາກ: Yunnan Gateway

ງານສິລະປະຄາງປ່າຄັ້ງທີ່ 10 ໄດ້ເປີດສາກທີ່ນະຄອນຊັງເກີຣີລາກິ່ງແຂວງປົກຄອງຕົນເອງເຜົ່າທິເບດຕີຊິ້ງແຂວງຢຸນນານໃນວັນທີ່ 13 ນີ້.ນັກສະແດງວັດທະນະທຳຈຳນວນຫຼາຍພັນຄົນທີ່ມາຈາກເມືອງຊາງຕູ່ເຂດປົກຄອງຕົນເອງເຜົ່າທິເບດຊີຈ້າງ,ເມືອງກ່ານຈື່ແຂວງເສ່ສວນ,ເມືອງຢູຊູ້ແຂວງຊິງໄຮແລະກິ່ງແຂວງຕີຊິ້ງແຂວງຢຸນນານໄດ້ນຸ່ງເສື້ອຊົນເຜົ່າທີ່ສວຍງາມ,ເພື່ອສະແດງຜົນງານສິລະປະວັດທະນະທຳທີ່ດີເດັ່ນໃນຊຸມປີທີ່ຜ່ານມາໃຫ້ແກ່ຜູ້ຊົມຈຳນວນ 30 ກວ່າພັນຄົນ.