

“ການແຂ່ງຂັນຊີງແຊ້ມໂລກຂອງກິລາແລ່ນເຮືອໃບ 28R ຟ້າຢີ ສາກົນ”ປະຈຳປີ 2018ເປັນງານແຂ່ງຂັນການແລ່ນເຮືອໃບລະດັບສຸດຍອດທີ່ຖືກບໍລິຫານງານໂດຍກົງໂດຍສະຫະພັນເຮືອໃບໂລກ.ການແຂ່ງຂັນເທື່ອແລ້ວນີ້ໄດ້ຈັດຂຶ້ນທີ່ຕົວເມືອງມະເອີມໍ້ປະເທດຊູແອດໃນປີ 2017,ເຊິ່ງເຄີຍໄດ້ຮັບການເອົາໃຈໃສ່ຈາກແຕ່ລະຂະແໜງແລະອົງການສື່ມວນຊົນ.ໃນປີ 2018,ພາຍໃຕ້ການຊຸກຍູ້ສົ່ງເສີມຂອງອຳນາດການປົກຄອງຢູ້ຊີແລະຝ່າຍຕ່າງໆ,ຍີ່ຫໍ້ “ຟ້າຢີ” ທີ່ເປັນການແຂ່ງຂັນຊີງແຊ້ມສາກົນເຊິ່ງເປັນຍີ່ຫໍ້ກຳເນີດມາຈາກປະເທດຈີນນີ້ໄດ້ກັບຄືນມາອີກ,ແລະໄດ້ກາຍເປັນການແຂ່ງຂັນກິລາການແລ່ນເຮືອໃບທີ່ໜອງພູພຽງທີ່ມີລະດັບທີ່ສູງທີ່ສຸດທີ່ອຳນາດການປົກຄອງທ້ອງຖິ່ນເປັນເຈົ້າພາບ