ວັນທີ 7 ຕຸລານີ້ແມ່ນວັນສຸດທ້າຍຂອງສັບປະດາຄຳວັນຊາດຈີນ. ພໍເຂົ້າສູ່ລະດູໃບໄມ້ຫຼົ່ນ,ດອກອົບເຊີຍຢູ່ນະຄອນຫາງໂຈ່ວແຂວງເຈີ້ຈ່ຽງພວມເບັ່ງບານ,ທົ່ວເມືອງເຕັມໄປດ້ວຍກິ່ນຫອມຂອງດອກໄມ້. ປະຊາຊົນຈຳນວນບໍ່ໜ້ອຍພາລູກໄປທ່ຽວສວນສາທາລະນະເດັກນ້ອຍຫາງໂຈ່ວແລະເຂດທີ່ມີຕົ້ນດອກອົບເຊີຍອື່ນໆ. ຜູ້ໃຫຍ່ຊົມດອກ,ເດັກນ້ອຍຫຼິ້ນ,ຮ່ວມກັນພັກຜ່ອນຢ່ອນອາລົມໃນມື້ພັກ.