ຮູບແຕ້ມທີ່ສວຍງາມໃນການເຊື່ອມໂຍງກັນລະຫວ່າງວັດທະນະທຳກັບທຳມະຊາດ

2018-10-22 17:15:43 |ມາຈາກ: Yunnan Gateway

ເມືອງຢວນຢາງຕັ້ງຢູ່ພາກໃຕ້ຂອງແຂວງຢຸນນານ,ພູມສັນຖານແລະພູມສາດອັນພິເສດຂອງເມືອງຢວນຢາງປະກອບດ້ວຍ “ພູສອງໜ່ວຍ ຮ່ອມພູສອງໜ່ວຍ ເນີນພູສອງໜ່ວຍ,ແມ່ນໍ້າໜຶ່ງສາຍແລະນາຂັ້ນໄດເປັນແສນ”,ສ່ວນດິນຟ້າອາກາດກໍຍິ່ງມີເອກະລັກທີ່ວ່າ “ພູໜ່ວຍໜຶ່ງແບ່ງເປັນ 4 ລະດູ,ໃນທຸກ 10 ກິໂລແມັດ ດິນຟ້າອາກາດກໍແຕກຕ່າງກັນ”.ວັດທະນະທຳການເຮັດໄຮ່ໄຖນາຂອງນາຂັ້ນໄດທີ່ໄດ້ສືບຕໍ່ມາເປັນພັນກວ່າປີແລ້ວນັ້ນ ກໍໄດ້ສ່ອງແສງເຖິງສະຕິປັນຍາຂອງມະນຸດເຮົາທີ່ຢູ່ກັບທຳມະຊາດຢ່າງສະຫງົບກົມກຽວ.