ໃນວັນທີ 27 ຕຸລາ,ພິທີມະໂຫລານທ້າຍປີຂອງການແຂ່ງຂັນວິບາກດິນຕົມX-Mudder 2018 ຈັດຂຶ້ນທີ່ເຂດທ່ອງທ່ຽວລະດັບ 4A ແຫ່ງຊາດເຂດທ່ອງທ່ຽວພູເຈິໄຮແຂວງຢຸນນານ. ນັກອອກກຳລັງກາຍ,ຜູ້ທີ່ຊຳນານດ້ານການແລ່ນແລະຜູ້ມັກກິລາທີ່ມາຈາກທົ່ວປະເທດເກືອບ 2000 ຄົນໄດ້ເຂົ້າຮ່ວມ.ສຸດທ້າຍ,ທ້າວ ທ້າຍເສິງຫຼົງ ທີ່ມາຈາກນະຄອນສູ້ຈິ້ງແຂວງຢຸນນານແລະ ນາງ ເຈິ່ງຢິງ ທີ່ມາຈາກນະຄອນຫຼວງປັກກິ່ງຕ່າງກໍໄດ້ຮັບລາງວັນຊະນະເລີດໃນກຸ່ມເພດຊາຍແລະເພດຍິງ.