ຕະຫຼາດບູຮານນະຄອນຄຸນໝິງເກີດກະແສ“ການຊອກຫາສິ່ງມີຄ່າ”ໃນວັນພັກ

2018-11-05 12:10:33 |ມາຈາກ: Yunnan Gateway

ຖະໜົນຈິງເຊີ້ຊິງນະຄອນຄຸນໝິງເປັນເຂດເຕົ້າໂຮມຂອງວັດທະນະທຳທ້ອງຖິ່ນນະຄອນຄຸນໝິງຕະຫຼອດມາ,ຫຼັງຈາກການປັບປຸງແລ້ວ ໂສມໜ້າກໍມີການປ່ຽນແປງຢ່າງໃຫຍ່ຫລວງ,ພາຍຫຼັງຕະຫຼາດມືສອງຂອງຕະຫຼາດບູຮານຄຸນໝິງໄດ້ເປີດຕະຫຼາດພຽງແຕ່ໜຶ່ງອາທິດເທົ່ານັ້ນ,ຖະໜົນຈິງເຊີ້ຊິງໄດ້ກາຍເປັນບ່ອນຫຼິ້ນອັນໃໝ່ໃນການມາ “ຊອກຫາສິ່ງມີຄ່າ”ໃນວັນພັກ, ເຊິ່ງຄວາມຟົດຟື້ນກໍຍິ່ງຫຼາຍຂຶ້ນ.