ທິວທັດຂອງໜອງໂຫຼໂກ່ເຮັດໃຫ້ຄົນເພີດເພີນຫຼາຍ

2018-11-14 14:25:47 |ມາຈາກ: Yunnan Gateway

ໃນວັນທີ 12 ເດືອນພະຈິກ,ນັກທ່ອງທ່ຽວກຳລັງນັ່ງເຮືອໄມ້ຂະຫນາດນ້ອຍຢູ່ໃນໜອງໂຫຼໂກ່.ໜອງໂຫຼໂກ່ທີ່ຕັ້ງຢູ່ເຂດຊາຍແດນລະຫວ່າງແຂວງຢຸນນານແລະແຂວງເສສວນມີນາມມະຍົດວ່າ “ໄຂ່ມຸກແຫ່ງພູພຽງ”,ໜອງຫ່າງຈາກລະດັບໜ້ານໍ້າທະເລແມ່ນ 2690 ແມັດ,ເນື້ອທີ່ປະມານ 50 ກິໂລຕາແມັດ.ທິວທັດທຳມະຊາດອັນສວຍສົດງົດງາມແລະວັດທະນະທຳຂອງຄົນໝໍຊໍທີ່ມີສະເໜ່ນັ້ນໄດ້ດຶງດູດນັກທ່ອງທ່ຽວຈຳນວນຫຼາຍມາທ່ຽວຊົມ.