ຕາແສງທີ່ມີສີສັນພິເສດຂອງແຂວງຢຸນນານ 15 ແຫ່ງໄດ້ຮັບທຶນສະຫນັບສະໜູນຈຳນວນ 150 ລ້ານຢວນແລະມີ 6 ຕາແສງຖືກຍົກເລີກ

2018-11-16 17:23:02 |ມາຈາກ: Yunnan Gateway

ໃນວັນທີ 14 ເດືອນພະຈິກ,ຫ້ອງການນຳພາການພັດທະນາຕາແສງທີ່ມີສີສັນພິເສດແຂວງຢຸນນານໄດ້ຖະແຫຼງ “ລາຍຊື່ຕາແສງທີ່ມີສີສັນພິເສດທີ່ໄດ້ຮັບທຶນສະຫນັບສະໜູນຈາກການເງິນຂອງແຂວງຢຸນນານປະຈຳປີ 2018”, ຕາແສງເຄີຢີ້ຂອງເມືອງໝີເລີ້ ລວມທັງ 15 ຕາແສງໄດ້ຮັບທຶນສະຫນັບສະໜູນດັ່ງກ່າວ,ແລະໄດ້ຮັບນາມມະຍົດເປັນ “ຕາແສງທີ່ມີສີສັນພິເສດຕົວຢ່າງຂອງແຂວງຢຸນນານ”;ສ່ວນຕາແສງສານສິວຂອງພູຈີຈູ ລວມທັງອີກ 6 ຕາແສງບໍ່ມີລາຍຊື່ແລະຖືກເກັບທຶນລິເລີ່ມຈຳນວນ 10 ລ້ານຢວນຄືນ.