ພູຫິມະຈ່ຽວຈືໄດ້ຕ້ອນຮັບຫິມະຕົກຄັ້ງທຳອິດຂອງລະດູໜາວປີນີ້

2018-11-26 16:11:24 |ມາຈາກ: Yunnan Gateway

ໃນຕອນເຊົ້າປະມານ 5 ໂມງຂອງວັນທີ 25 ພະຈິກ,ພູຫິມະຈ່ຽວຈືຂອງນະຄອນຄຸນໝິງໄດ້ມີຫິມະຕົກລົງມາເປັນຄັ້ງທຳອິດຂອງລະດູໜາວປີ 2018,ເຊິ່ງພູຫິມະຈ່ຽວຈືໃນເວລານີ້ແມ່ນຖືກປະດັບແຕ່ງດ້ວຍສີຂາວທັງໝົດແລະມີທິວທັດທີ່ສວຍງາມຫຼາຍ.