ຜະລິດຕະພັນດ້ານການທ່ອງທ່ຽວຂອງແຂວງຢຸນນານແມ່ນອຸດົມສົມບູນຫຼາຍ

2018-12-07 15:22:44 |ມາຈາກ: Yunnan Gateway

ໃນມື້ວານນີ້ ຫ້ອງການພະແນກວັດທະນະທຳແລະການທ່ອງທ່ຽວແຂວງຢຸນນານໄດ້ປະກາດໃນ “ປະກາດສຳລັບການດຳເນີນວຽກງານການສະໜອງຜະລິດຕະພັນການທ່ອງທ່ຽວໃຫ້ດີໃນລະດູໜາວ” ວ່າ,ຄວນເລັ່ງຊຸກຍູ້ການປະຕິຮູບໂຄງການການສະໜອງຕໍ່ຄວາມຕ້ອງການດ້ານການທ່ອງທ່ຽວ,ສ້າງຜະລິດຕະພັນດ້ານການທ່ອງທ່ຽວໃນລະດູໜາວໃຫ້ອຸດົມສົມບູນ,ເພື່ອໃຫ້ພຽງພໍຕໍ່ຄວາມຕ້ອງການດ້ານການທ່ອງທ່ຽວໃນລະດູໜາວຂອງນັກທ່ອງທ່ຽວທີ່ນັບມື້ນັບເພີ່ມຂຶ້ນ.