ເຂດທິວທັດເກົາຊຽງຢຸນນານເພີ່ມລາຍການການທົດລອງຂ້າມຜ່ານປ່າໄມ້

2018-12-29 16:12:11 |ມາຈາກ: Yunnan Gateway

ໃນວັນທີ 28 ທັນວາ ປີ 2018,ລາຍການຂ້າມຜ່ານປ່າໄມ້ຂອງເຂດທິວທັດການທ່ອງທ່ຽວເກົາຊຽງຢຸນນານໄດ້ເປີດການບໍລິການ.ມັນໄດ້ອີງອາໄສໃສ່ການກໍ່ສ້າງຊັບພະຍາກອນປ່າໄມ້ຂອງເກົາຊຽງ,ມີໄລຍະຄວາມຍາວເຖິງ 520 ແມັດ,ໄດ້ຈັດມີດ່ານຂັດຂວາງ 56 ໜ່ວຍກໍຄື:ຂົວແປ້ນ ຂັ້ນໄດດຸ່ນດ່ຽງຫ້ອຍໂຫນແລະອື່ນໆ,ລະດັບຄວາມຍາກແມ່ນແຕກຕ່າງກັນ,ມີລັກສະນະໃຫ້ຮຽນຮູ້ຈາກປະສົບການ,ຄົນທີ່ມີອາຍຸໃນລະຫວ່າງ 6-60 ປີສາມາດເຂົ້າຮ່ວມໄດ້.ລາຍການດັ່ງກ່າວນີ້ຈະອຳນວຍປະສົບການອັນໃໝ່ໃນດ້ານການພັກຜ່ອນ ການຫຼີ້ນແລະການທ່ອງທ່ຽວໃຫ້ແກ່ນັກທ່ອງທ່ຽວຫຼາຍປະເພດ ເຊັ່ນ ການກໍ່ສ້າງຄວາມສາມັກຄີຂອງພະນັກງານພາຍໃນວິສາຫະກິດ ການຂະຫຍາຍກິດຈະກຳກາງແຈ້ງແລະການທ່ອງທ່ຽວຂອງຄອບຄົບເປັນຕົ້ນ.