ງານວາງສະແດງຂະແໜງການປູກພືດຜັກຢຸນນານປະເທດຈີນຈັດຂຶ້ນທີ່ເມືອງອູຕິ້ງ

2018-07-11 17:34:35 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ງານວາງສະແດງຂະແໜງການປູກພືດຜັກຢຸນນານປະເທດຈີນປະຈຳປີ 2018 ທີ່ປິ່ນອ້ອມຫົວຂໍ້“ການປະດິດສ້າງໃໝ່•ການພັດທະນາ•ຮ່ວມມື ແລະຮັບຜົນປະໂຫຍດຮ່ວມກັນ”ຖືກຈັດຂຶ້ນທີ່ເມືອງອູຕິ້ງກິ່ງແຂວງສູ້ສົງແຂວງຢຸນນານ.ງານວາງສະແດງຄັ້ງນີ້ມີຈຸດປະສົງເພື່ອກໍ່ສ້າງເວທີແລກປ່ຽນຄວາມຄິດເຫັນກ່ຽວກັບຂະແໜງການປູກຝັງ,ວາງສະແດງປະເພດແນວພັນຜັກທີ່ມີຄຸນນະພາບສູງ, ຊຸກຍູ້ການຂະຫຍາຍແລະການນຳໃຊ້ປະເພດແນວພັນໃໝ່ໃນຂະແໜງການປູກພືດຜັກ,ຊ່ວຍເຫຼືອຊາວນາຫຼຸດພົ້ນອອກຈາກຄວາມທຸກຍາກແລະເພີ່ມລາຍຮັບ.