ລະຄອນຟ້ອນ“ຕູ້ຝູ້”ຈັດການສະແດງທີ່ຄຸນໝິງ

2018-07-16 16:24:59 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ລະຄອນຟ້ອນ“ຕູ້ຝູ້”ໄດ້ຈັດການສະແດງທີ່ໂຮງລະຄອນທົດລອງຂອງມະຫາໄລສິລະປະແຂວງຢຸນນານ.ຜົນງານນີ້ປະກອບມີສອງພາກສ່ວນກໍຄື ພາກສ່ວນໜ້າແລະພາກສ່ວນຫຼັງ,ໄດ້ພັນລະນາເຖິງຊ່ວງຕ່າງໆໃນຊີວິດຂອງ ນັກກະວີທີ່ມີຊື່ສຽງອັນໂດ່ງດັງໃນປະຫວັດສາດປະເທດຈີນ ຕູ້ຝູ້ ຕັ້ງແຕ່ຕອນທີ່ລາວສະແຫວງຫາຕຳແໜ່ງລັດຖະກອນ ຕອນຂຶ້ນຕຳແໜ່ງແລະການລົງຈາກຕຳແໜ່ງ,ໄດ້ພັນລະນາການເຕີບໂຕຈາກຜູ້ທີ່ມີຄວາມຮູ້ທີ່ຢາກເປັນລັດຖະກອນຈົນເປັນ“ນັກກະວີທີ່ຍິ່ງໃຫຍ່”ແລະເປັນຜູ້ທີ່ມີຈິດໃຈຮັກຊາດ ຈິດໃຈທີ່ເອົາໃຈໃສ່ຕໍ່ປະຊາຊົນ.