ການ​ແຂ່ງ​ຂັນ​ກິ​ລາ​ປະ​ເພ​ນີ​ຂອງ​ເຜົ່າ​ມົງ​ໂກນ

2018-07-24 10:56:36 |ມາຈາກ: CRI

ໃນ​ວັນ​ທີ 22 ກໍ​ລະ​ກົດ​ນີ້,ຢູ່​ໃນ​ງານ​ປະ​ເພ​ນີ​ມ້າ​ຂາວຂອງ​ເມືອງ​ຊີ່​ອູ່​ຈູ່​ມູ້​ຊິ້ນ ຊາວ​ລ້ຽ​ງ​ສັດ​ທ້ອງ​ຖິ່ນພວມ​ຈັດ​ການ​ແຂ່ງ​ຂັນ​ມວຍ​ປ້ຳ​ເຜົ່າມົງ​ໂກ​ນ. ຫວ່າງ​ມໍ່ໆ​ມາ​ນີ້,ເມືອງ​ຊີ່​ອູ່​ຈູ່​ມູ້​ຊິ້ນຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​​ມົງ​ໂກ​ນໃນ​ໄດ້​ຈັດ​ງານ​ປະ​ເພ​ນີ​ມ້າ​ຂາວ​ຄັ້ງ​ທີ 5. ໃນ​ໄລ​ຍະ​ງານ​ທີ່​​ດຳ​ເນີນ​ເປັນ​ເວ​ລາ 2 ວັນນັ້ນ, ຊາວ​ລ້ຽງ​ສັດ​ທ້ອງ​ຖິ່ນ​ໄດ້​​ແຂ່ງ​ຂັນ​ກິ​ລາ​ປະ​ເພ​ນີ​ເຜົ່າ​ມົງ​ໂກນ​ເຊັ່ນ: ຂີ່​ມ້າ,ຍິງ​ທະ​ນູ​ແລະ​ມວຍ​ປ້ຳ​ເປັນ​ຕົ້ນ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ປະ​ເພ​ນີ​ແລະ​ສະ​ເໜ່​ຄວາມ​ເປັນປະ​ຊາ​ຊົນເຜົ່າ​​ມົງ​ໂກນທີ່​ອາ​ໄສ​ຢູ່​ທົ່ງ​ຫຍ້າ​.