ເມືອງລີ້ຈ່ຽງ ແຂວງຢຸນນານກໍ່ສ້າງເຂດເຕົ້າໂຮມຂອງມໍລະດົກວັດທະນະທຳນາມມະທຳ

2018-07-24 15:35:02 |ມາຈາກ: Yunnan Gateway

ເມືອງລີ້ຈ່ຽງ ແຂວງຢຸນນານກຳລັງກໍ່ສ້າງເຂດເຕົ້າໂຮມຂອງມໍລະດົກວັດທະນະທຳນາມມະທຳ“ຕະຫຼາດນ້າແຈ່”,ເຊິ່ງຈະເຕົ້າໂຮມຜູ້ສືບທອດຂອງມໍລະດົກວັດທະນະທຳນາມມະທຳແຂວງຢຸນນານຈຳນວນ 100 ກວ່າຄົນຂຶ້ນໄປ,ນັກທ່ອງທ່ຽວສາມາດເວົ້າລົມກັບຜູ້ສືບທອດດັ່ງກ່າວໄດ້ໂດຍກົງ,ຮັບຊົມຂະບວນການຜະລິດຜົນງານ,ແລະລົງມືທົດລອງນຳອາຈານ.ໂດຍການແນະນຳແລ້ວ,ມາເຖິງປັດຈຸບັນໄດ້ມີຊ່າງສືບທອດມໍລະດົກວັດທະນະທຳນາມມະທຳຈຳນວນ 40 ກວ່າຄົນໄດ້ຍ້າຍເຂົ້າໄປປະຈຳຢູ່ໃນ“ຕະຫຼາດນ້າແຈ່”ແລ້ວ.