ການເຊື່ອມໂຍງລະຫວ່າງ“ກຳລັງ+ຄວາມງາມ”ເທິງເວທີ

2018-07-24 15:39:15 |ມາຈາກ: Yunnan Gateway

ງານສະແດງຟ້ອນທົ່ວປະເທດຄັ້ງທີ່ 12 ທີ່ໄດ້ສືບຕໍ່ເປັນເວລາ 10 ກວ່າມື້ນັ້ນໄດ້ປິດລົງທີ່ນະຄອນຄຸນໝິງໃນວັນທີ 21.ງານສະແດງຄັ້ງນີ້ແມ່ນກະຊວງວັດທະນະທຳການທ່ອງທ່ຽວແລະອຳນາດການປົກຄອງປະຊາຊົນແຂວງຢຸນນານເປັນຝ່າຍເຈົ້າການ,ເປັນງານສິລະປະອັນມະໂຫລານທີ່ມີຂະໜາດໃຫຍ່ທີ່ສຸດ, ມີອິດທິພົນຫລາຍທີ່ສຸດແລະລະດັບສູງທີ່ສຸດໃນຂອບເຂດສິລະປະການຟ້ອນຂອງທົ່ວປະເທດຈີນ,ເຊິ່ງໄດ້ມີທັງໝົດ 80 ລາຍການແລະລະຄອນຟ້ອນຈຳນວນ 5 ລາຍການຈາກທົ່ວປະເທດໄດ້ເຂົ້າຮ່ວມການສະແດງ,ນັກຟ້ອນໄດ້ນຳໃຊ້ການສະແດງທີ່ອ່ອນຊ້ອຍຂອງຕົນເທິງເວທີ, ເພື່ອໃຫ້ຜູ້ຊົມໄດ້ຮັບຊົມ ງານລ້ຽງອັນໃຫຍ່ໂຕມະໂຫລານຂອງເມືອງລະດູບານໃຫມ່.