“ຕູ້​ເຢັນສົ່ງ​ນ້ຳ​ໃຈ” ​ຢູ່​ຕາມ​ຖະ​ໜົນນານ​ກິ່ງ

2018-08-01 16:51:24 |ມາຈາກ: CRI

ວັນ​ທີ 30 ກໍ​ລະ​ກົດ​ຜ່ານ​ມາ, ​ພະ​ນັກ​ງານ​ບໍ​ລິ​ການ​ສົ່ງ​ອາ​ຫານ​​ເຖິງ​ທີ່ຜູ້​ໜຶ່ງ​ພວມ​ກິນ​ນ້ຳ​ເຢັນທີ່​ເອົາ​ຈາກ ​“ຕູ້​ເຢັນສົ່ງ​ນ້ຳ​ໃຈ”​​ ທີ່​ຖະ​ໜົນ​ນານ​ກິ່ງ. ຍ້ອນ​ອຸນ​ຫະ​ພູມ​​ສູງເມື່ອ​ບໍ່​ດົນ​ຜ່ານ​ມາ​ນີ້,​ຢູ່​ຕາມ​ຖະ​ໜົນ​ໃນ​ບາງ​ຕົວ​ເມືອງ​ໄດ້​ຕັ້ງ“ຕູ້​ເຢັນສົ່ງ​ນ້ຳ​ໃຈ” ເພື່ອ​ສະ​ໜອງ​ນ້ຳ​ເຢັນ​ໃຫ້​ແກ່​ຄົນ​ອະ​ນາ​ໄມ,ຕຳ​ຫຼວດ,ພະ​ນັກ​ງານ​ສົ່ງ​ດ່ວນ​ແລະ​ພະ​ນັກ​ງານ​ທີ່​ເຮັດ​ວຽກ​ຢູ່​ກາງ​ແຈ້ງ​ອື່ນໆ. ນັບແຕ່​ການ​ຕັ້ງ “ຕູ້​ເຢັນສົ່ງ​ນ້ຳ​ໃຈ” ​​ເປັນ​ຕົ້ນ​ມາ,ປະ​ຊາ​ຊົນ​ແລະ​ຮ້ານ​ຄ້າ​ຫຼາຍ​ແຫ່ງກໍ່​ໄດ້​ມີ​ນ້ຳ​ໃຈ​ເປັນ​ເຈົ້າ​ການ ເພີ່ມ​ນ້ຳ​​ດື່ມ​ໃສ່ຕູ້​ເຢັນ​ເພື່ອ​ສະ​ແດງ​ນ້ຳ​ໃຈ​ຮັ​ກ​ແພງ​ແລະຊ່ວຍພະ​ນັກ​ງານ​ເຮັດ​ວຽກ​ຢູ່ກາງ​ແຈ້ງ​ຫຼຸດ​ຄວາມ​ຮ້ອນ.