ຊົມ​ຄວາມ​ສະ​ຫງ່າ​ງາມ​ຂອງ​ແມ່​ນ້ຳ​ຢາງ​ຊີ​ກຽງ​ຢູ່​ເທິງ​ຫໍ​ເຢ້​ຢາງ

2018-08-03 16:19:48 |ມາຈາກ: CRI

​ຫໍ​ເ​ຢ້​ວ໌​ຢາງ​ຕັ້ງ​ຢູ່​ຝັ່ງ​ຕາ​ເວັນ​ອອກ​ຂອງ​ໜອງ​ຕົ້ງ​ຖິງ ເປັນ ໜຶ່ງ​ໃນ 3 ຕຶກ​ທີ່​ມີ​ຊື່​ສຽງ​​ຢູ່ພາກ​ໃຕ້​ແມ່​ນ້ຳ​ຢາງ​ຊີ​ກຽງ, ນັບ​ແຕ່​ບູ​ຮານ​ນະ​ການ​,​ຫໍ​ແຫ່ງ​ນີ້​ກໍ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ນັກ​ວັນ​ນະ​ຄະ​ດີ​ຢ່າງຫຼວງຫຼາຍ. ຕອນ​ບ່າຍ​ວັນ​ທີ 1 ສິງ​ຫາ​ນີ້, ຄະ​ນະ​ນັກ​ຂ່າວ​ສະ​ເພາະ​ລາຍ​ງານ​ຂ່າວ​ແລວ​ເສດ​ຖະ​ກິດ​ແມ່​ນ້ຳ​ຢາງ​ຊີ​ກຽງ​​ແລະໄດ້​ຢ້ຽມ​ຊົມ​​ຫໍ​ເຢ້​ວ໌​ຢາງ ນະ​ຄອນ​ເຢ້​​ວ໌ຢາງ ແຂວງ​ຮູ​ນານ​ແລະ​ໄດ້​ສຳ​ຜັດ​ກັບ​ທິວ​ທັດ​ສວຍ​ງາມ​ຂອງ​​ຫໍ​ດັ່ງ​ກ່າວ. ຫຼັງ​ກິດ​ຈະ​ກຳ​ຢ້ຽມ​ຊົມ​ສິ້ນ​ສຸດ​ລົງ, ທ່ານ​ແລນ​ກູດ​ຣຳ ນັກ​ຂ່າວ​ສັນ​ຊາດ​ອາ​ເມ​ຣິ​ກາ​ຂອງ​ໜັງ​ສື​ພິມ​ຈີນ​ລາຍ​ວັນ​ໄດ້​ເລົ່າ​ຄວາມ​ຮູ້​ສຶກ​ຂອງ​ຕົນ​ວ່າ: ຕົນ​ຮູ້​ດີ​ວ່າ​ນັກ​ຮຽນ​ຈີນ​ທັງຫຼາຍ​ກໍ​ຮູ້​​ຫໍ​ເຢ້​​ວ໌ຢາງ​ຈາກ​ປຶ້ມ​ແບບ​ຮຽນ ແລະ​ມີ​ຄວາມ​ຮັບ​ຮູ້​ບາງ​ຢ່າງ​ກ່ຽວ​ກັບ​​ຫໍ​ແຫ່ງ​ນີ້, ແຕ່​ສຳ​ລັບຕົນເອງ​ແລ້ວ​, ການ​ຢ້ຽມ​ຊົມ​ເທື່ອ​ນີ້​ເປັນ​ປະ​ສົບ​ການ​ໃໝ່ໆ, ເຖິງວ່າ​ມື້​ນີ້​ມີ​ໝອກ, ແຕ່​ເບິ່ງ​ແມ່​ນ້ຳ​ຢາງ​ຊີ​ກຽງ​ຢູ່​ເທິງ​​ຫໍ​ເຢ້​ວ໌​ຢາງ​ ​ຍັງ​ມີ​ຄວາມ​ສະ​ຫງ່າ​ງາມ​ທີ່​ສຸດ​ຄື​ເກົ່າ.