ການຖັກແສ່ວຂອງຊົນເຜົ່າຢີ

2018-08-07 14:01:57 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ສາວຖັກແສ່ວຂອງເຜົ່າຢີຫຼາຍກວ່າສິບຄົນໄດ້ສະແດງມົນສະເໜ່ຂອງຫັດຖະກຳຖັກແສ່ວເຜົ່າຢີໃຫ້ແກ່ປະຊາຊົນທີ່ຕາແສງບູຮານເຜົ່າຢີນະຄອນສູ້ສົງແຂວງຢຸນນານ.ການຖັກແສ່ວຂອງເຜົ່າຢີມີນາມມະຍົດວ່າ “ດອກໄມ້ທີ່ໄດ້ເບັ່ງບານຢູ່ເທິງນິ້ວມື”.ຊຸມປີນີ້,ກິ່ງແຂວງປົກຄອງຕົນເອງເຜົ່າຢີໄດ້ສະໜັບສະໜູນການພັດທະນາຂອງຂະແໜງການຖັກແສ່ວເຜົ່າຢີຢ່າງຫ້າວຫັນ,ໄດ້ຈັດຕັ້ງການຈັດຕັ້ງທີ່ກ່ຽວຂ້ອງມາຝຶກອົບຮົມສາວເຜົ່າຢີໂດຍສະເພາະ,ເພື່ອຍົກລະດັບການຖັກແສ່ວໃຫ້ສູງຂຶ້ນກວ່າເກົ່າ.