ງານ​ໂອ​ລິ​ມປິກປັກ​ກິ່ງ​​ໃນ​​ໄລຍະ 10 ປີຜ່ານມາ

2018-08-09 12:04:35 |ມາຈາກ: CRI

ວັນ​ທີ 8 ສິງຫາ​ນີ້​ແມ່ນ​ວັນ​ຄົບຮອບ 10 ປີ​ແຫ່ງ​ການ​ຈັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໃນ​ປີ 2008. ​ໃນ​ໄລຍະ 10 ປີຜ່ານມາ, ຈີນ​ໄດ້​ປ່ຽນ​ຈາກ​ປະ​ເທດ​ທີ່ຮຽນຈັດ​ງານ​ໂອ​ລິ​ມປິກ​ຄັ້ງ​ທຳ​ອິດ​ກາຍ​ເປັນ​ປະ​ເທດ​ທີ່​ຊຸກຍູ້ ​ແລະ​ນຳພາ​​ປະຕິວັດກິລາ​ໂອ​ລິ​ມປິກ. ​​ໃນ​ໄລຍະ 10 ປີ​ຜ່ານ​ມາ, ຂະ​ແໜງ​ການ​ກິລາ​ຈີນ​ໄດ້ພັດທະນາ​ຢ່າງ​ຫຼວງ​ຫຼາຍ, ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ເຂັ້ມ​ແຂງ​ໃນ​ດ້ານ​ກິລາ. ​ໃນ​ໄລຍະ 10 ປີຜ່ານມາ, ຈີນ​ມີ​ອາກາດ​ດີກ​ວ່າ, ທ້ອງຟ້າ​ສີ​ຄາມ​ນ້ຳສີ​ຂຽວ ​ແລະ​ກິລາ​ໄດ້​ກາຍ​ເປັນ​ຊີວິດ​ຈິດ​ໃຈ​ອັນ​ຈຳ​ເປັນ​ຂອງ​ປະຊາຊົນ​ຈີນ​ທຸກ​ໆ​ຄົນ. ປັດຈຸບັນ​ນີ້, ປັກ​ກິ່ງ​ກຳລັງ​ກຽມ​ໃຫ້​​ແກ່ງານ​ໂອ​ລິ​ມປິກ​ລະດູ​ໜາວ​ປັກ​ກິ່ງ​ໃນ​ປີ 2022.