ແມ່​ຍິງ​ຢູ່​ເມືອງ​ຢີ​ຢວນສ້າງ​ຊີ​ວິດ​ໃໝ່ດ້ວຍ​ສີ​ມື​ຖັກ​ແສ່ວ

2018-08-16 16:26:47 |ມາຈາກ: CRI

ວັນ​ທີ 14 ສິງ​ຫາ​ນີ້, ແມ່​ຍິງ​ຢູ່​ບ້ານ​ເກີ​ຈ່ວງ​ພວມ​ເຮັດ​ວຽກ​​ຢູ່​ໂຮງ​ຖັກ​ແສ່ວ. ຊຸມ​ປີ​ຜ່ານ​ມາ,ເມືອງ​ຢີ​ຢວນ​ແຂວງ​ຊ່ານ​ຕຸ່ງ​ໄດ້​ນຳ​ພາ​ແມ່​ຍິງ​ທັງ​ຫຼາຍ​​ປະ​ກອບ​ອາ​ຊີບ​ຖັກ​ແສ່ວ,​ຕ່ຳ​ຫູກຢ່າງ​ຕັ້ງ​ໜ້າ,ຜ່ານ​ການ​ສ້າງ​ຕັ້ງ​ສະ​​ມາ​ຄົມ​ອຸດ​ສາ​ຫະ​ກຳ​ແລະ​ສະ​ຫະ​ກອນ​ວິ​ຊາ​ການ,ໄດ້​ສົ່ງ​ເຄື່ອງ​ຫັດ​ຖະ​ກຳ​ທີ່​ແມ່​ຍິງ​ເຫຼົ່າ​ນີ້​ຜະ​ລິດ​ໄປ​ຕະ​ຫຼາດ​​ທົ່ວ​ປະ​ເທດ,ພ້ອມ​ທັງ​ໄດ້​ສົ່ງ​ອອກໄປ​ຫຼາຍ​ປະ​ເທດ​ແລະ​ເຂດ​ແຄວ້ນ,ກາຍ​ເປັນ​ອຸດ​ສາ​ຫະ​ກຳ​ແຫ່ງ​ຄວາມ​ສວຍ​ງາມ​ທີ່​ສາ​ມາດ​ຊ່ວຍໃຫ້​ຫຼຸດພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລະ​ເພີ່ມ​ລາຍ​ຮັບ​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ,ແມ່​ຍິງ​ທັງ​ຫຼາຍ​ໄດ້​ໃຊ້​ສີ​ມື​ຂອງ​ຕົນ​ສ້າງ​ຊີ​ວິດ​ການ​ເປັນ​ຢູ່​ໃໝ່​ທີ່​ສວຍ​ງາມ​ຂຶ້ນ.