ຖະ​ໜົນ​ອາ​ຫານ​ນານ​ຊາດ​ໃນງານ​ເອ​ຊຽນ​ເກມ​ຈາ​ກາ​ຕາ

2018-08-17 12:12:38 |ມາຈາກ: CRI

ວັນ​ທີ 18 ສິງ​ຫາ​ນີ້, ງານ​ມະ​ຫະ​ກຳ​ກິ​ລາ​ອາ​ຊີຫຼື​ເອ​ຊຽນ​ເກມ​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວ​ຈາ​ກາ​ຕາ​ອິນ​ໂດ​ເນ​ເຊຍ​ຢ່າງ​ເປັນ​ທາງ​ການ. ຢູ່​ທາງ​ຂ້າງ​ຂອງສູນ​ຂ່າວ​​ເອ​ຊຽນ​ເກມ​ມີ​ຖະ​ໜົນ​ອາ​ຫານ​ສາຍ​ໜຶ່ງ​ທີ່​ຍາວບໍ່​ຮອດ 50 ແມັດ​ ສະ​ເພາະ​ວາງ​ຂາຍ​ອາ​ຫານ​ຕ່າງໆ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຢ່າງຫຼວງຫຼາຍ. ກິນ​ເຂົ້າ​ຄາບ​ໜຶ່ງ​ຢູ່​​ທີ່ນີ້ ຈະ​ໃຊ້​ຈ່າຍ​ເງິນ​ປະ​ມານ 20.000 ຫາ 40.000 ຣູ​ປີ ເຊິ່ງ​ເທົ່າ​ກັບ​ເງິນຢວນ​ຈີນ 10 ຫາ 20 ຢວນ. ນັກ​ຂ່າວ​ແລະ​ນັກ​ທ່ອງທ່ຽວ​ຈາກ​ຕ່າງ​ປະ​ເທດ​ໄປ​ຊິມ​​ແວະ​ວຽນ​ໄປ​ກິນ​ແລ້ວຍ້ອງວ່າ​ແຊບ​ຫຼາຍ.