ການແຂ່ງຂັນຮອບຊີງຊະນະເລີດທະເລເມດິເຕລາເນ ປະເທດຈີນMCC ຄັ້ງທໍາອິດໄດ້ເປີດສາກທີ່ຄຸນໝິງ

2018-08-20 11:40:50 |ມາຈາກ: Yunnan Gateway

ການແຂ່ງຂັນຮອບຊີງຊະນະເລີດທະເລເມດິເຕລາເນ ປະເທດຈີນ(ນະຄອນຄຸນໝິງ)MCC ຄັ້ງທໍາອິດໄດ້ເປີດສາກໃນວັນທີ 18 ເດືອນ ສິງຫາ ຢ່າງເປັນທາງການ.ຄະນະບານເຕະຍິງແລະຊາຍຈຳນວນ 24 ທິມທີ່ມາຈາກປະເທດຈີນ ເຢຍລະມັນ ແອດສະປາຍ ແດນມາກ ແບນຊິກແລະປະເທດອື່ນໆ,ລວມທັງນັກກິລາ 600 ກວ່າຄົນແລະອາຈານຝຶກອົບຮົມໄດ້ເຕົ້າໂຮມຢູ່ສະຖານທີ່ການຝຶກອົບຮົມການກິລາສາກົນເຈຍລີ້ເຈີນະຄອນຄຸນໝິງແຂວງຢຸນນານ,ເພື່ອຈະເຂົ້າຮ່ວມການແຂ່ງຂັນໄລຍະ 8 ມື້ ຈຳນວນ 48 ຄັ້ງໃນຄັ້ງນີ້.