ການ​ແຂ່ງ​ຂັນ​ຂີ່​ມ້າເຜົ່າ​ຕິ​ເບດຢ່າງ​ເບີກ​ບານ​ມ່ວນ​ຊື່ນ

2018-08-22 15:46:27 |ມາຈາກ: CRI

ວັນ​ທີ 18 ສິງ​ຫາ​ນີ້, ການ​ແຂ່ງ​ຂັນ​ຂີ່​ມ້າ​ຮອບ​ຊີງ​ຊະ​ນະ​ເລີດຢູ່​ໃນບຸນ​ຢາງ​ປ່າ​ລ່າ​ຂອງ​ເມືອງ​ຢາງ​ຖັງ​ແຂວງ​ເສ​ສວນ​ປີ 2018 ໄດ້​ຈັດ​ຂຶ້ນ​ຢູ່​ທົ່ງ​ຫຍ້າ​ນານ​ຖັງ​ປ້າ​ຕາ​ແສງ​ນານ​ມູ້​ຕາ​ຂອງ​ເມືອງ​ຢາງ​ຖັງ. ນັກ​ຂີ່​ມ້າ​​ທົ່ວ​ເມືອງ 280 ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຄວາມ​ໄວ,ແຂ່ງ​ຄວາຍ​ແລະ​ການ​ສະ​ແດງ​ສິ​ລະ​ປະ​ການ​ຂີ່​ມ້າ​ຂອງ​ເຜົ່າ​ຕິ​ເບດ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ. ໃນ​ຖາ​ນະ​ເປັນ​ບຸນ​ປະ​ເພ​ນີ​ທີ່​ມີ​ຂະ​ໜາດ​ໃຫຍ່​ໂຕ​ມະ​ໂຫລານ​ຂອງ​ປະ​ຊາ​ຊົນ​ເຜົ່າ​ຕິ​ເບດ​ທ້ອງ​ຖິ່ນ ໄດ້​ດຶງ​ດູດ​​ຜູ້ລ້ຽງ​ສັດ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ.