ວັນທີ 21 ສິງຫານີ້, ຢູ່ໃນສວນນ້ຳສະໜຸກຂອງບ້ານຮົງຈີວເມືອງຟູລິງນະຄອນຈຸ່ງກິ່ງ ຜູ້ປົກຄອງຈຳນວນບໍ່ໜ້ອຍພາລູກຂອງຕົນປ່ຽນເສື້ອຜ້າໃນຫ້ອງປ່ຽນເຄື່ອງເບີ 3. ແຕ່ກ່ອນເດັກນ້ອຍຕ່າງເພດປ່ຽນເຄື່ອງຢູ່ຫ້ອງດຽວກັນສ້າງຄວາມບໍ່ສະບາຍໃຈໃຫ້ຜູ້ປົກຄອງ. ຂ່າວແຈ້ງວ່າ: ປະຈຸບັນນີ້, ຢູ່ໃນສວນດັ່ງກ່າວໄດ້ເປີດຫ້ອງປ່ຽນເຄື່ອງເບີ 3 ຕື່ມອີກເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ປົກຄອງທີ່ພາລູກຫຼາຍໄປຫຼິ້ນ,ເພື່ອຫຼີກເວັ້ນບໍ່ໃຫ້ເດັກນ້ອຍເຂົ້າຫ້ອງປ່ຽນເຄື່ອງຕ່າງເພດ,ມີຜົນດີຕໍ່ການຮັກສາສຸຂະພາບຈິດຂອງເດັກນ້ອຍ.