ຢູ່ໃນໜັງລາດຊະວົງຊິງທີ່ໄດ້ຮັບຄວາມນິຍົມຈາກປະຊາຊົນໃນຫວ່າງມໍ່ໆມານີ້,ເຄື່ອງຕົບແຕ່ງອັນສວຍງາມແລະປານີດທີ່ນັກສະແດງໃສ່ນັ້ນໄດ້ຮັບຄວາມສົນໃຈຫຼາຍ.ຕາມຄວາມຊົງຈຳຂອງຄົນເຮົາທົ່ວໄປແລ້ວ,ຫັດຖະກຳທີ່ເກົ່າແກ່ແລະໃກ້ຈະສູນຫາຍໄປເຫຼົ່ານີ້ສ່ວນຫຼາຍແມ່ນຢູ່ໃນກຳມືຂອງ “ຊ່າງຫັດຖະກຳ”ຈຳນວນໜ້ອຍ,ໄວໜຸ່ມຫນ້ອຍທີ່ຈະສົນໃຈ.ແຕ່ໃນຄວາມຈິງແລ້ວ,ທີ່ມະຫາວິທະຍາໄລວິທະຍາສາດຄຸນໝິງກໍມີນັກສຶກສາກຸ່ມໜຶ່ງທີ່ຮໍ່າຮຽນ,ຄົ້ນຄວ້າສີມືຜະລິດຕະພັນເຄື່ອງຕົບແຕ່ງອັນດັ້ງເດີມ ແລະ ປະດິດສ້າງສົ່ງເສີມຫັດຖະກຳນີ້ໃຫ້ກວ້າງຂວາງຂຶ້ນ.