ລະຄອນ “ພາບພິມໃຈຜິງຖານ”ໄດ້ເປີດການສະແດງຄັ້ງທຳອິດທີ່ນະຄອນຊຽງໄຮ

2018-09-03 15:30:01 |ມາຈາກ: Yunnan Gateway

ໃນວັນທີ 1 ກັນຍາ,ລະຄອນ “ພາບພິມໃຈຜິງຖານ”ຜົນງານການປະດິດຂອງນັກຟ້ອນທີ່ມີຊື່ສຽງ ທ່ານນາງ ຢາງລີ້ຜິງ ໄດ້ເປີດການສະແດງຄັ້ງທຳອິດທີ່ໂຮງລະຄອນສູນກາງຟ້ອນສາກົນນະຄອນຊຽງໄຮ,ເທື່ອນີ້ກໍເປັນເທື່ອທຳອິດຂອງການສະແດງລະຄອນ “ພາບພິມໃຈຜິງຖານ”ຢູ່ຊຽງໄຮ.

ໂດຍການຮັບຮູ້ວ່າ,ລະຄອນ “ພາບພິມໃຈຜິງຖານ”ເປັນຜົນງານການຟ້ອນຂອງບຸກຄົນພາກທີ່ 8 ທີ່ທ່ານນາງ ຢາງລີ້ຜິງ ໄດ້ປະດິດສ້າງ,ຜົນງານນີ້ໄດ້ອີງອາໄສວັດທະນະທຳປະຫວັດສາດແລະທິວທັດທຳມະຊາດທີ່ສວຍງາມຂອງເມືອງຜິງຖານເປັນແຫຼ່ງກຳເນີດການປະດິດສ້າງ,ລົງເລິກການຊອກຫາຕໍ່ເລື່ອງເລົ່າທ້ອງຖິ່ນແລະນິທານຂອງເມືອງຜິງຖານ,ໄດ້ເລົ່າເລື່ອງບັນພະບູລຸດຂອງໄຮຖານ “ເຈົ້າພູຈົ່ນຊານ”ກັບລູກສາວຂອງທະເລ “ຜິງຖານລານ”ທີ່ກ່ຽວກັບການພົບກັນ,ການຕໍ່ຕ້ານສັດຕູ ແລະການສະແຫວງຫາຊີວິດທີ່ດີງາມຂອງເຂົາເຈົ້າ,ເຊິ່ງໄດ້ສະແດງສາກລະຫວ່າງ “ມະນຸດກັບທະເລ”ອອກມາດ້ວຍຮູບແບບສິລະປະ.