【ເມືອງຕີຊິ້ງມີຜູ້ສືບທອດວັດທະນະທຳ】
ຜົນງານສິລະປະໂລຫະທີ່ເຮັດດ້ວຍມືຂອງ ລໍ້ຊາງຈ່າຊີ

2018-09-07 17:40:49 |ມາຈາກ: Yunnan Gateway

“ແຕ່ການສືບທອດຂອງຊົນເຜົ່າແມ່ນຂາດບໍ່ໄດ້,ຂ້າພະເຈົ້າມີລູກຊາຍສອງຄົນ,ຈຳເປັນຕ້ອງມີຄົນໜຶ່ງກັບບ້ານມາຮຽນເຕັກນິກ.”ສຳລັບການສືບທອດຕໍ່ເຕັກນິກມໍລະດົກວັດທະນະທຳນາມມະທຳນີ້,ລໍ້ຊາງຈ່າຊີ ມີຄວາມຕັດສິນໃຈອັນແນ່ວແນ່.ລູກຊາຍກົກທີ່ຮຽນຈົບຈາກມະຫາວິທະຍາໄລແລະເຮັດວຽກຢູ່ສະຖານີໂທລະພາບຂອງເຂດທ້ອງຖິ່ນແລ້ວນັ້ນ,ພາຍໃຕ້ຄຳຮຽກຮ້ອງຂອງພໍ່,ກຳລັງຊິກັບບ້ານເພື່ອຮໍ່າຮຽນເຕັກນິກສິລະປະໂລຫະອັນເປັນມູນເຊື້ອຂອງຊົນເຜົ່າທິເບດ,ແລະກາຍເປັນຜູ້ສືບທອດລຸ້ນຫຼັງ.