ໃນຖານະທີ່ເປັນຜູ້ສືບທອດລຸ້ນທີ່ 14 ຂອງສິລະປະຫລອມໂລຫະອັນເປັນມູນເຊື້ອຂອງຊົນເຜົ່າທິເບດປະເທດຈີນ,ຜູ້ສືບທອດມໍລະດົກວັດທະນະທຳນາມມະທຳລະດັບແຂວງຊຸດທຳອິດຂອງແຂວງຢຸນນານ,ຊ່າງສິລະປະໂລຫະລະດັບແຂວງ,ທ່ານ ລໍ້ຊາງຈ່າຊີ ເປັນຊ່າງຜົນງານໂລຫະທີ່ມີຊື່ສຽງໂດ່ງດັງໃນເຂດຊົນເຜົ່າທິເບດຂອງຈີນ.ພະພຸດທະຮູບຊຸບຄໍາທີ່ລາວໄດ້ຜະລິດ,ມີ 5 ອົງໄດ້ກາຍເປັນຜົນງານອັນປານີດທີ່ຖືກພິພິທະພັນຊົນເຜົ່າແຫ່ງຊາດເກັບຮັກສາແລ້ວ;ມີດເຜົ່າທິເບດທີ່ລາວຕີຂຶ້ນເອງນັ້ນ,ນັກສະສົມໄດ້ສະຊອກຫາເປັນເວລາຫຼາຍປີກໍຊອກຫາບໍ່ໄດ້;ເຄື່ອງປະດັບເງິນທີ່ລາວຜະລິດ,ນັກທ່ອງທ່ຽວແມ່ນຫາເບິ່ງໄດ້ຍາກ.ໂດຍອີງອາໄສເຕັກນິກຫັດຖະກຳທີ່ປານີດ,ລໍ້ຊາງຈ່າຊີ ໄດ້ນຳເຕັກນິກສິລະປະໂລຫະຂອງຊົນເຜົ່າທິເບດທີ່ສືບທອດມາໄດ້ເປັນຫຼາຍລຸ້ນນັ້ນຈາກບ້ານຢາງລ່າຕາແສງຢາງລ່າເຊິ່ງເປັນເຂດທີ່ຫ່າງໄກສອກຫຼີກມາເຖິງນະຄອນເຕີຊິນແຂວງຢຸນນານ ຈົນເຖິງຕ່າງປະເທດ,ແລະເຜີຍແຜ່ມັນໃຫ້ກວ້າງຂວາງ,ກາຍເປັນມໍລະດົກວັດທະນະທຳນາມມະທຳທີ່ບໍ່ຄືໃຜໃນໂລກ.