【ເມືອງຕີຊິ້ງມີຜູ້ສືບທອດວັດທະນະທຳ】
ລ່າຢົງສ່ຽວປ່າ ເຮັດເຄື່ອງປັ້ນດິນເຜົາສີດຳ

2018-09-10 17:45:04 |ມາຈາກ: Yunnan Gateway

“ເຄື່ອງປັ້ນດິນເຜົາສີດຳຂອງເຂດນີຊີມີທັງຫມົດ 49ປະເພດທີ່ເປັນມູນເຊື້ອ,ໝໍ້ດິນກໍເປັນໜຶ່ງໃນນັ້ນ.ຊ່າງປັ້ນຄົນໜຶ່ງ,ຖ້າສາມາດູ້ຜະລິດໄດ້ຮອດ 38 ຢ່າງແລ້ວ,ຈຶ່ງສາມາດເວົ້າໄດ້ວ່າການຜະລິດຂອງລາວໄດ້ຮັບຜົນສຳເລັດແລ້ວ.”ລ່າຢົງສ່ຽວປ່າ ເວົ້າວ່າ,ການຜະລິດເຄື່ອງປັ້ນດິນເຜົາສີດຳຂອງເຂດແມ່ນໍ້າຈີ່ນ ແມ່ນໍ້າລ້ານຊ້າງ ມີປະຫວັດສາດເກືອບ 3000 ປີແລ້ວ,ເຕັກນິກຫັດຖະກຳຂອງການຜະລິດເຄື່ອງປັ້ນດິນເຜົາທີ່ດົນນານນີ້ ປັດຈຸບັນຍັງໄດ້ຮັບການສືບທອດຢູ່ເຂດນີຊີຢູ່,ເຄື່ອງປັ້ນດິນເຜົ່າທີ່ມີຮູບແບບພິເສດແລະສວຍງາມແຕ່ລະປະເພດກໍເປັນເຄື່ອງໃຊ້ໃນຊີວິດປະຈຳວັນທີ່ຈຳເປັນຂອງປະຊາຊົນທ້ອງຖິ່ນ.ລ່າຢົງສ່ຽວປ່າ ໄດ້ສຳຜັດເຕັກນິກຫັດຖະກຳການຜະລິດເຄື່ອງປັ້ນດິນເຜົາຕັ້ງແຕ່ນ້ອຍ,ພາຍຫຼັງໄດ້ຮຽນວິຊາອັກສອນສາດພາສາທິເບດ ຈົບຈາກມະຫາວິທະຍາໄລຊົນເຜົ່າຢຸນນານໃນສອງປີກ່ອນແລ້ວຈຶ່ງໄດ້ກັບບ້ານ,ສືບຕໍ່ຮໍ່າຮຽນແລະເຮັດວຽກຢູ່ບໍລິສັດຂອງຄອບຄົບ,ມາເຖິງປັດຈຸບັນລາວໄດ້ຮຽນຮູ້ໃນການເຮັດເຄື່ອງປັ້ນດິນເຜົາສີດຳຈຳນວນ 38 ຢ່າງໝົດແລ້ວ.