【ເມືອງຕີຊິ້ງມີຜູ້ສືບທອດວັດທະນະທຳ】ຫຼີປີ້ສິ່ງ ນຳພາການຟ້ອນລຳອ່າສືມຸ້ກວ່າ

2018-09-17 16:16:54 |ມາຈາກ: Yunnan Gateway

“ແຕ່ລະຄອບຄົວຈະຂ້າໝູກ່ອນບຸນກຸດຈີນ,ເພື່ອສະເຫຼີມສະຫຼອງການເກັບກ່ຽວທີ່ອຸດົມສົມບູນ,ຍາດຕິພິນ້ອງມາເຕົ້າໂຮມຢູ່ນຳກັນ,ເພື່ອຟ້ອນອ່າສືມຸ້ກວ່າ.ໃນນັ້ນ,ເນື້ອເພງຕ້ອງກ່ຽວພັນເຖິງ 365 ມື້ຂອງປີ.”ໃນຕອນເຊົ້າຂອງວັນທີ 29 ເດືອນ ສິງຫາ,ທີ່ບ້ານມີຄວາມສຸກຮ່ວມກັນກິ່ງແຂວງປົກຄອງຕົນເອງເຜົ່າທິເບດແລະເຜົ່າລີ້ຊູ້ຕີຊິ້ງແຂວງຢຸນນານ,ຫຼີປິ້ສິ່ງ ຜູ້ສືບທອດມໍລະດົກວັດທະນະທຳນາມມະທຳລະດັບຊາດ ອາຍຸ 50 ປີໄດ້ນຳພາຊາວບ້ານສະແດງອ່າສືມຸ້ກວ່າຢ່າງກະຕືລືລົ້ນ,ເຂົາເຈົ້າໄດ້ແນະນຳຢ່າງທະນົງໃຈວ່າ, “ທຸກສິ່ງທຸກຢ່າງຂອງທຳມະຊາດ ສາມາດຮ້ອງເຂົ້າເປັນເນື້ອເພງໄດ້ໝົດ.”