ບຸນວັດທະນະທຳການທ່ອງທ່ຽວເມືອງຫວາຈຽວຄັ້ງທຳອິດທີ່ແຂວງຢຸນນານມີກິດຈະກຳຢ່າງຫຼວງຫຼາຍ

2018-09-21 16:10:39 |ມາຈາກ: Yunnan Gateway

ໃນລະຫວ່າງວັນທີ 1 ຕຸລາ ຫາ ວັນທີ 30 ພະຈິກ,ກຸ່ມບໍລິສັດເມືອງຫວາຈຽວຈະເລີ່ມຈັດກິດຈະກຳ “ຢູ່ນຳກັນຢ່າງມີຄວາມສຸກ——ບຸນວັດທະນະທຳການທ່ອງທ່ຽວເມືອງຫວາຈຽວປະຈຳປີ 2018”ຢູ່ 50 ກວ່າຕົວເມືອງພາຍໃນປະເທດຈີນ,ເຊິ່ງຈະກວມລວມເອົາກິດຈະກຳທີ່ຢູ່ພາຍໃຕ້ກຸ່ມບໍລິສັດຂອງດັ່ງກ່າວກໍຄື:ສວນສະຫນຸກ,ຕາແສງທີ່ມີສີສັນ,ໂຮງແຮມທີ່ມີເອກະລັກພິເສດ,ການສະແດງວັດທະນະທຳແລະຣີສອດທ່ອງທ່ຽວເປັນຕົ້ນ.ໃນລະຫວ່າງໄລຍະນີ້,ກຸ່ມບໍລິສັດເມືອງຫວາຈຽວຈະສະເໜີກິດຈະກຳທີ່ຫຼາກຫຼາຍທີ່ເຂດທ່ອງທ່ຽວຫຼາຍບ່ອນຂອງແຂວງຢຸນນານ,ໃນປັດຈຸບັນ,ການກະກຽມກຳລັງດຳເນີນໄປຢ່າງສະດວກ.