ເມືອງຈ້ຽນສຸ້ຍແຂວງຢຸນນານຊຸກຍູ້ຂະແໜງການເຄື່ອງປັ້ນດິນເຜົາສີມ່ວງໃຫ້ມີການພັດທະນາອັນຫຼາກຫຼາຍແລະມີຄວາມປະດິດສ້າງໃໝ່

2018-09-25 17:58:07 |ມາຈາກ: Yunnan Gateway

ຊຸມປີມານີ້,ເມືອງຈ້ຽນສຸ້ຍຂອງກິ່ງແຂວງປົກຄອງຕົນເອງເຜົ່າຮານີເຜົ່າຢີຫົງເຫີແຂວງຢຸນນານຖືວັດທະນະທຳເຄື່ອງປັ້ນດິນເຜົາສີມ່ວງເປັນພື້ນຖານ,ເລັ່ງຊຸກຍູ້ການເຊື່ອມໂຍງລະຫວ່າງວັດທະນະທຳກັບການທ່ອງທ່ຽວ,ໂດຍມາດຕະການຕ່າງໆກໍຄື:ສັງລວມຊັບພະຍາກອນ,ດຶງດູດຊັບພະຍາກອນມະນຸດແລະຍົກສູງຄຸນນະພາບເປັນຕົ້ນ,ກໍ່ສ້າງຍີ່ຫໍ້ “ເຄື່ອງປັ້ນດິນເຜົາສີມ່ວງເມືອງຈ້ຽນສຸ້ຍ”,ເພື່ອຊຸກຍູ້ການພັດທະນາອັນມີຄວາມປະດິດສ້າງໃໝ່ແລະຄວາມຫຼາກຫຼາຍຕໍ່ຂະແໜງການເຄື່ອງປັ້ນດິນເຜົາສີມ່ວງ.