ການແຂ່ງຂັນຊີງແຊ້ມໂລກຂອງກິລາແລ່ນເຮືອໃບ ຟ້າຢີ ສາກົນ ເລີ່ມຂຶ້ນທີ່ໜອງຝູແຊ່ນແລ້ວ

2018-10-11 16:31:56 |ມາຈາກ: Yunnan Gateway

ການແຂ່ງຂັນຊີງແຊ້ມໂລກຂອງກິລາແລ່ນເຮືອໃບ 28R ຟ້າຢີ ສາກົນປະຈຳປີ 2018 ໄດ້ເລີ່ມການແຂ່ງຂັນທີ່ສະຖານທີ່ຝຶກຊ້ອມໜອງຝູແຊ່ນເມືອງຢູຊີແຂວງຢຸນນານໃນວັນທີ 10 ຕຸລາ.ການແຂ່ງຂັນຊີງແຊ້ມໂລກຄັ້ງນີ້ລວມມີຜູ້ແຂ່ງຂັນປະມານ 150 ຄົນທີ່ມາຈາກ 16 ປະເທດ, ຄະນະແລ່ນເຮືອໃບລະດັບສູງທັງໝົດ 26ຄະນະເຂົ້າຮ່ວມ,ໃນນັ້ນມີທິມແຂ່ງຂັນສາກົນ 15 ທິມ,ທິມຈີນ 11 ທິມ, ໃນອີກສອງສາມວັນຖັດໄປຄະນະດັ່ງກ່າວຈະເລີ່ມການຊິງແຊ້ມທີ່ໜອງຝູແຊ່ນແຫ່ງນີ້.