ນະຄອນຫຼີນຊ່າງແຂວງຢຸນນານສ້າງສາພັດທະນາຂະແໜງການໝາກແກ່ນໃຫ້ຍິ່ງໃຫຍ່ແລະແຂງແຮງ

2018-10-18 16:54:52 |ມາຈາກ: Yunnan Gateway

ທີ່ນະຄອນຫຼີນຊ່າງແຂວງຢຸນນານ,ຕົ້ນໝາກແກ່ນພັນຂອງປະເທດອົດສະຕາລີ ຈຳນວນ 2278,9 ພັນມຸ້ໄດ້ ປູກກະຈາຍຢູ່ 8 ເມືອງຂອງທົ່ວນະຄອນ,ໃນສະຖານທີ່ພື້ນຖານປູກໝາກແກ່ນແຕ່ລະບ່ອນ,ນຳໃຊ້ຮູບແບບການປູກຝັງ “ໝາກແກ່ນ+”ແລະວິສາຫະກິດການປຸງແຕ່ງທີ່ປານີດແຕ່ລະໜ່ວຍໄດ້ຊຸກຍູ້ການພັດທະນາຂອງທ້ອງຖິ່ນ.ອີງຕາມສະຖິຕິ,ໃນປີ 2017,ຍອດຜະລິດຕະພັນຂອງຂະແໜງການໝາກແກ່ນນະຄອນຫຼີນຊ່າງແມ່ນ 600 ລ້ານຢວນ,ໄດ້ນຳພາ 150000 ຄົນເພີ່ມລາຍໄດ້ແລະຫຼຸດພົ້ນອອກຈາກຄວາມທຸກຍາກ,ຈຶ່ງກາຍເປັນ “ທະນາຄານສີຂຽວ”ທີ່ເພີ່ມລາຍໄດ້ແລະສ້າງສາຄວາມຮັ່ງມີຂອງຊາວນາ.ຊຸມປີນີ້,ອີງຕາມການກຳນົດການຈັດສັນວ່າດ້ວຍການກໍ່ສ້າງ “ຍີ່ຫໍ້ອາຫານສີຂຽວ”ລະດັບໂລກຂອງຄະນະພັກແຂວງຢຸນນານແລະອຳນາດການປົກຄອງຢຸນນານ,ນະຄອນຫຼີນຊ່າງໄດ້ສຸມໃສ່ເປົ້າໝາຍທີ່ເປັນອັນດັບໜຶ່ງຂອງໂລກ,ພະຍາຍາມສ້າງສາຂະແໜງການໝາກແກ່ນໃຫ້ຍິ່ງໃຫຍ່ແລະແຂງແຮງຂຶ້ນ.