ຖັກ​ແສ່ວ​ຮູບ​ດ້ວຍ​ເສັ້ນ​ຜົມ

2018-10-24 16:53:09 |ມາຈາກ: cri

ວັນ​ທີ 22 ຕຸ​ລາ​ນີ້, ຢູ່​ໂຮງ​ຖັກ​ແສ່ວ​ຜົມ​ແຫ່ງ​ໜຶ່ງ​ຂອງ​ເມືອງ​ຕົ່ງ​ໄທ​ແຂວງ​ຈ່ຽງ​ຊູ່​ຈີນ, ນາຍ​ຊ່າງ​ພື້ນ​ເມືອງ​ກຳ​ລັງ​ຄັດ​ເລືອກ​ເສັ້ນ​ຜົມ​ເພື່ອ​ຖັກ​ແສ່ວ​ຮູບ, ໂດຍ​ຖື​ເສັ້ນ​ຜົມ​ຄົນ​ເປັນ​ອຸ​ປະ​ກອນ, ໃຊ້​ເຂັມ​ຖັກ​ຕາງ​ສໍ, ຜະ​ລິດ​ເຄື່ອງ​ຫັດ​ຖະ​ກຳ​ທີ່​ປາ​ນີດ​ຢູ່​​ເທິງ​ຜ້າ​ແພ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ເມືອງ​ຕົ່ງ​ໄທ​ແຂວງ​ຈ່ຽງ​ຊູ່​ໄດ້​ສົ່ງ​ເສີມ​ສິ​ລະ​ປະ​ຫັດ​ຖະ​ກຳ​ພື້ນ​ເມືອງ​ດັ່ງ​ກ່າວ​ໃຫ້​ຂະ​ຫຍາຍ​ຕົວ, ທັງ​ປະ​ດິດ​ສ້າງ​ສີ​ມື​ໃໝ່, ແລະ​ໄດ້​ສົ່ງ​ຜະ​ລິດ​ຕະ​ພັນ​ທີ່​ປາ​ນີດ​ງົດ​ງາມ​ໄປ​ຈຳ​ໜ່າຍ​ຢູ່​ທັງ​ພາຍ​ໃນ ແລະ​ຕ່າງ​ປະ​ເທດ.