ແມ່ເຖົ້າແມ່ຍ່າທີ່ແຂວງຍຸນນານຖັກເສື້ອກັນໜາວຮ້ອຍກວ່າຜືນສົ່ງໃຫ້ນັກຮຽນທີ່ທຸກຍາກ

2018-11-02 17:35:16 |ມາຈາກ: Yunnan Gateway

ທີ່ໂຮງໝໍເລກໜຶ່ງທີ່ຂຶ້ນກັບມະຫາວິທະຍາໄລແພດສາດນະຄອນຄຸນໝິງມີກຸ່ມຖັກເສື້ອກັນໜາວກຸ່ມໜຶ່ງທີ່ປະກອບດ້ວຍພະນັກງານກິນບຳນານ, ອາຍຸສະເລ່ຍຂອງສະມາຊິກຈຳນວນ 19 ຄົນນັ້ນເກືອບເຖິງ 75 ປີ.ຫວ່າງມໍ່ໆມານີ້, “ແມ່ຕູ້ທີ່ຖັກເສື້ອກັນໜາວ”ເຫຼົ່ານີ້ກຳລັງຖັກເສື້ອກັນໜາວໃຫ້ແກ່ເດັກນ້ອຍຂອງບ້ານປ້ານຈິ່ງເມືອງສຽວຈ່າເຊິ່ງເປັນເມືອງທຸກຍາກລະດັບຊາດ.ມາເຖິງປັດຈຸບັນ,ເຂົາເຈົ້າໄດ້ໃຊ້ເວລາທັງຫມົດ 9 ກວ່າເດືອນໃນການຖັກເສື້ອກັນໜາວຈຳນວນ 184 ຜືນແລະບໍລິຈາກເງິນມາຊື້ຖົງຕີນ 180 ຄູ່ໃຫ້ແກ່ພວກເດັກນ້ອຍແລ້ວ.