ບ້ານຖັກສານທີ່ມີສີສັນຂອງນະຄອນຮ່າໂນ້ຍປະເທດຫວຽດນາມ

2018-11-09 15:33:14 |ມາຈາກ: Yunnan Gateway

ປະເທດຫວຽດນາມເປັນສະຖານທີ່ຜະລິດຜະລິດຕະພັນຖັກສານທີ່ເຮັດດ້ວຍໄມ້ໄຜ່ທີ່ມີຊື່ສຽງ,ມີບ້ານຫັດຖະກຳຖັກສານຢ່າງຫຼວງຫຼາຍໃນທົ່ວປະເທດ. ຜະລິດຕະພັນທີ່ເຮັດດ້ວຍມືຂອງຫວຽດນາມສ່ວນຫຼາຍແມ່ນຜະລິດຈາກໄມ້ໄຜ່ ຫວາຍແລະຫຍ້າເປັນຕົ້ນ,ເຊິ່ງຜະລິດຕະພັນໄດ້ຮັບການສົ່ງອອກໄປຫຼາຍປະເທດແລະພາກພື້ນໃນທົ່ວໂລກ.