ການເດີນທາງດ້ວຍລົດບູຮານຮົງກົງປີ 2018 ເດີນທາງຮອດນະຄອນຄຸນໝິງຢ່າງສຳເລັດຜົນ

2018-11-27 11:39:57 |ມາຈາກ: Yunnan Gateway

ໃນຕອນເຊົ້າຂອງວັນທີ 26 ພະຈິກ,ທີ່ແຄມເສັ້ນທາງຕົ້ນແປ໊ະກ້ວຍສີຄຳຂອງມະຫາວິທະຍາໄລຢຸນນານວິທະຍາເຂດໜອງສຸຍຫູ, ລົດເກົ່າອັນລໍ້າຄ່າ 8 ຄັນຂອງ“ການເດີນທາງດ້ວຍລົດບູຮານຮອງກົງ ປີ 2018”ໄດ້ດຶງດູດນັກສຶກສາແລະຊາວເມືອງມາຊົມເບິ່ງນຳກັນຢ່າງຫຼວງຫຼາຍ.ນະຄອນຄຸນໝິງ,ເປັນຈຸດຫມາຍປາຍທາງສຸດທ້າຍຂອງກິດຈະກຳຄັ້ງນີ້.ໃນວັນນີ້,ດ້ວຍກິດຈະກຳແຕ່ລະອັນທີ່ຫຼາກຫຼາຍແລະການຕ້ອນຮັບຢ່າງອົບອຸ່ນຂອງຫມູ່ເພື່ອນແຂວງຢຸນນານຕໍ່ລົດເຫຼົ່ານີ້,ເຮັດໃຫ້ລົດເຫລົ່ານີ້ໄດ້ “ຫລົງຮັກ”ສະເຫນ່ຂອງເມືອງລະດູບານໃຫມ່ຈົນບໍ່ຢາກກັບຄືນ.